Home Blog

ທ່ານ ສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳ ອາເມລິກາ ແລະ ການາດາ ເຂົ້າຢ້ຽມຂໍ່ານັບ ແລະ ຖ່າຍຮູບຮ່ວມກັບ ທ່ານ ໂຈ ໄບເດັນ, ປະທານາທິບໍດີອາເມລິກາ

ໃນຕອນບ່າຍ ຂອງວັນທີ 13 ມິຖຸນາ 2022, ທ່ານ ສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປລາວ ປະຈຳສະຫະລັດອາເມລິກາ ແລະ ການາດາ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຖ່າຍຮູບເປັນທີ່ລະນຶກຮ່ວມກັບ ທ່ານ ໂຈ ໄບເດັນ, ປະທານາທິບໍດີອາເມລິກາ ທີ່ ທຳນຽບປະທານາທິບໍດີ (ທຳນຽບຂາວ) ຮ່ວມກັບບັນດາ ທູດຕ່າງປະເທດ ປະມານ 50 ປະເທດ. ພິທີດັ່ງກ່າວ ແມ່ນຖືກຈັດຂື້ນ ແທນການຍື່ນສານດ້ວຍຕົນເອງ ຍ້ອນການເເພ່ລະບາດ ຂອງພະຍາດ ໂຄວິດ-19 ເພື່ອເປັນກຽດໃຫ້ແກ່ບັນດາທູດ ທີ່ໄດ້ສຳເລັດການຍື່ນສານຕາຕັ້ງ ຜ່ານກະຊວງການຕ່າງປະເທດອາເມລິກາ ແລະ ໄດ້ຮັບການຮັບຮອງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ປະຈຳສະຫະລັດອາເມລິກາ ໂດຍ ທຳນຽບປະທານາທິບໍດີ ເປັນທີ່ຮຽບຮ້ອຍແລ້ວ, ເຊິ່ງທຳນຽບປະທານາທິບໍດີໄດ້ຈັດສົ່ງຮູບໃຫ້ບັນດາສະຖານທູດ ທີ່ກ່ຽວຂ້ອງຕ່າງໆ ໃນຕອນແລງຂອງວັນທີ 23 ມິຖຸນາ 2022 ຜ່ານມາ.

President Joe Biden receives Ambassadors Credentials from Laos Ambassador to United States Sisavath Inphachanh Monday, June 13, 2022, in the Oval Office of the White House. (Official White House Photo by Adam Schultz)

          ໃນພິທີອັນມີກຽດນີ້,  ທ່ານ ເອກອັກຄະລັດຖະທູດ ໄດ້ຖືກຕ້ອນຮັບຢ່າງສົມກຽດ ຈາກ ທ່ານ ປະທານາທິບໍດີ ໂຈ ໄບເດັນ ແລະ ໄດ້ຮັບການອວຍພອນໃຫ້ປະຕິບັດໜ້າທີ່ໃນຖານະ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປລາວ ປະຈຳສະຫະລັດອາເມລິກາ ດ້ວຍຜົນສຳເລັດອັນຈົບງາມ, ເຊິ່ງທ່ານ ເອກອັກຄະລັດຖະທູດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄຳອວຍພອນອັນຈົບງາມ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວຈາກ ທ່ານ ປະທານປະເທດແຫ່ງ ສປປລາວ ມາຍັງ ທ່ານ ປະທານາທິບໍດີ ໂຈ ໄບເດັນ. ພ້ອມນີ້, ກໍ່ສະແດງຄວາມຫວັງວ່າ ທ່ານ ປະທານາທິບໍດີ ໂຈ ໄບເດັນ ຈະໃຫ້ຄວາມຊ່ວຍເຫຼືອ ແກ່ ທ່ານ ເອກອັກຄະລັດຖະທູດ ຕະຫຼອດໄລຍະປະຕິບັດໜ້າທີ່ ເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປລາວ ປະຈຳ ສະຫະລັດອາເມລິກາ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ສືບຕໍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆ ຂື້ນກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດສຸງສຸດ ມາສູ່ ປະຊາຊົນຂອງສອງປະເທດ.

          ພາຍຫຼັງສຳເລັດພິທີດັ່ງກ່າວ, ທ່ານ ສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດ ເຕັມ ແຫ່ງ ສປປລາວ ປະຈຳສະຫະລັດອາເມລິກາ ຈະໄດ້ເຄື່ອນໄຫວ ແລະ ພົບປະກັບພາກສ່ວນ ທີ່ກ່ຽວຂ້ອງຕ່າງໆ ຂອງອາເມລິກາ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ ໃຫ້ຂະຫຍາຍຕົວ ແລະ ແກ້ໄຂບັນຫາ ທີ່ຍັງຄົງຄ້າງຮ່ວມກັນ ເປັນຕົ້ນແມ່ນ ຈະພົບປະກັບບັນດາການນຳ ແລະ ກົມກ່ຽວຂ້ອງ ຂອງກະຊວງການຕ່າງປະເທດອາເມລິກາ, ສະພາຄວາມໝັ້ນຄົງແຫ່ງຊາດ, ທຳນຽບຂາວ, ບັນດາສະມາຊິກສະພາ, ຫົວໜ້າອົງການຊ່ວຍເຫຼືອເພື່ອການພັດທະນາຂອງອາເມລິກາ (USAID),ຫົວໜ້າອົງການເກັບກູ້ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນແຕ່ປາງສົງຄາມ (POW/MIA),  ພາກສ່ວນທຸລະກິດຕ່າງໆ ຂອງລັດຖະບານ ແລະ ເອກະຊົນ ແລະ ພາກສ່ວນອື່ນໆ ທີ່ສຳຄັນຕ່າງໆ.

ທ່ານທູດ ສີສະຫວາດ ອິນພະຈັນ ເຂົ້າຮ່ວມພິທີເປີດຫ້ອງການກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ປະເທດການາດາ

ໃນວັນທີ 31 ມີນາ 2023, ທ່ານ ສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສ. ອາເມລິກາ ແລະ ການາດາ ໄດ້ເຂົ້າຮ່ວມພິທີເປີດຫ້ອງການກົງສຸນກິດຕິມະສັກແຫ່ງ ສປປ ລາວ ປະຈຳ ປະເທດການາດາ ທີ່ມີຫ້ອງການຕັ້ງຢູ່    ເຂດເມືອງ Richmond, ແວນຄູເວີ, ລັດບຼິທິສ໌ ໂກລຳເບຍ. ເຂົ້າຮ່ວມໃນພິທີດັ່ງກ່າວຈາກຝ່າຍການາດາມີ ທ່ານ Wilson Miao, ສະມາຊິກສະພາສູນກາງຈາກເຂດເລືອກຕັ້ງ Richmond, ທ່ານ ນາງ Alexa Loo, ວ່າການເຈົ້າເມືອງ Richmond, ແລະ ຈາກຝ່າຍລາວມີ ທ່ານ ພູເງິນ ສີອາໂນໄທ, ຄະນະກຳມະການສູນກາງແນວລາວສ້າງຊາດ ປະຈຳການາດາ, ທີມງານລາວທີວີການາດາ ແລະ ຄົນເຊື້ອຊາດລາວຢູ່ປະເທດການາດາຈຳນວນຫນຶ່ງ ທີ່ມາຈາກລັດອົງຕາຣິໂອ, ເກເບັກ ແລະ ເມືອງແວນຄູເວີ ລວມທັງໝົດ 20 ກວ່າ ຄົນ. ນອກນັ້ນ, ໃນງານລ້ຽງຮັບຮອງຈັດໂດຍທ່ານກົງສຸນກິດຕິມະສັກ ກໍ່ມີແຂກການາດາທີ່ສຳຄັນຈຳນວນໜຶ່ງເຂົ້າຮ່ວມເຊັ່ນ: ທ່ານ Bruce Ralston, ສະມາຊິກສະພານິຕິບັນຍັດ ທັງເປັນຜູ້ຕາງໜ້າເຈົ້າຄອງລັດບຼິດທິສ໌ ໂກລຳເບຍ ແລະ ທ່ານ Phil Calvert, ອະດີດທູດການາດາ ປະຈຳລາວ.

ໃນພິທີດັ່ງກ່າວ, ທ່ານທູດ ສີສະຫວາດ ອິນພະຈັນ ໄດ້ມີຄຳເຫັນສະແດງຄວາມຊົມເຊີຍຕໍ່ທ່ານກົງສຸນກິດຕິມະສັກທີ່ໄດ້ປະກອບ ສ່ວນເຄື່ອນໄຫວວຽກງານໃນຖານະກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ໃນໄລຍະຜ່ານມາ. ພ້ອມນີ້, ທ່ານທູດ ຍັງໄດ້ຍົກໃຫ້ເຫັນການຮ່ວມມືສອງຝ່າຍລາວ-ການາດາ ແລະ ໄດ້ສະເຫນີໃຫ້ທ່ານກົງສຸນກິດຕິມະສັກສືບຕໍ່ປະຕິບັດຫນ້າທີ່ວຽກງານຕາມພາລະບົດບາດຂອງຕົນ ຢ່າງມີປະສິດທິພາບໃນການສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ສປປ ລາວ ຢູ່ ການາດາ ໃຫ້ຫຼາຍຂຶ້ນ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນລາວ ແລະ ການາດາ ໃຫ້ນັບມື້ນັບຫຼາຍຂຶ້ນຕາມທ່າແຮງຂອງສອງປະເທດ. ປັດຈຸບັນ, ການຄ້າ ແລະ ການລົງທຶນ ລະຫວ່າງລາວ ແລະ ການາດາ ໄດ້ມີບາດກ້າວຂະຫຍາຍຕົວໄປໃນທາງບວກ ແລະ ນັກລົງທຶນການາດາ ໄດ້ເລີ່ມມີການລົງທຶນຢູ່ລາວໃນ   ບາງຂົງເຂດເປັນຕົ້ນແມ່ນດ້ານເອເລັກໂຕຼນິກ, ເຕັກໂນໂລຊີ, ການຢາ ແລະ ການປຸງແຕ່ງອາຫານ. ນອກຈາກນັ້ນ, ທ່ານທູດ        ສີສະຫວາດ ອິນພະຈັນ ຍັງໄດ້ຖືໂອກາດນີ້ຢ້ຽມຢາມຖາມຂ່າວພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ແວນຄູເວີ ເພື່ອສ້າງຄວາມລຶ້ງເຄີຍ ແລະ ຮັດແໜ້ນຄວາມສາມັກຄີ-ຮັກແພງ ລະຫວ່າງສະຖານທູດກັບພີ່ນ້ອງຄົນເຊື້ອຊາດລາວທີ່ລັດດັ່ງກ່າວໃຫ້ກວ້າງຂວ້າງ ແລະ ແໜ້ນແຟ້ນຍິ່ງຂຶ້ນ.

ທ່ານ ຈອນ ພັນທຸແພງ ເປັນກົງສຸນກິດຕິມະສັກຜູ້ທີ 2 ຂອງ ສປປ ລາວ ຖັດຈາກທ່ານ Michele Sorrenti ທີ່ໝົດວາລະໃນປີ 2020. ທ່ານ ຈອນ ພັນທຸແພງ ໄດ້ຮັບການແຕ່ງຕັ້ງເປັນກົງສຸນກິດຕິມະສັກແຫ່ງ ສປປ ລາວ ປະຈຳ ການາດາ ໃນວັນທີ 19 ມັງກອນ 2021, ແຕ່ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ເລື່ອນການເປີດຫ້ອງການມາຈົນເຖິງປັດຈຸບັນ.

ແຈ້ງການວັນພັກ

ທ່ານທູດ ສີສະຫວາດ ອິນພະຈັນ ເຂົ້າຮ່ວມກອງປະຊຸມກຸ່ມແກນນຳສະມາຊິກສະພາ ສ. ອາເມລິກາ ກ່ຽວກັບລະເບີດບໍ່ທັນແຕກ (UXO).

ໃນວັນທີ 01 ກຸມພາ 2023 ທີ່ ລັດຖະສະພາ ສ. ອາເມລິກາ, ທ່ານ ສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສ. ອາເມລິກາ ແລະ ການາດາ ໄດ້ເຂົ້າຮ່ວມ ແລະ ມີຄຳເຫັນຕໍ່ກອງປະຊຸມກຸ່ມແກນນຳສະມາຊິກສະພາ ສ. ອາເມລິກາ ກ່ຽວກັບລະເບີດບໍ່ທັນແຕກ (Congressional UXO and Demining Caucus) ເພື່ອຊຸກຍູ້ ແລະ ລະດົມທຶນໄປເກັບກູ້ ແລະ ທຳລາຍລະເບີດທີ່ຕົກຄ້າງໃນປາງສົງຄາມ ຢູ່ ສປປ ລາວ.

ທູດລາວຍື່ນສານຕາຕັ້ງຕໍ່ຜູ້ສຳເລັດຣາຊະການ ແຫ່ງ ການາດາ

       ໃນຕອນເຊົ້າຂອງວັນທີ 20 ມັງກອນ 2023, ທີ່ ທໍານຽບຜູ້ສໍາເລັດຣາຊະການ ແລະ ຜູ້ບັນຊາການທະຫານສູງສຸດ ແຫ່ງ ການາດາ ຫຼື Rideau Hall, ນະຄອນຫຼວງໂອຕາວາ, ປະເທດການາດາ, ທ່ານ ສີສະຫວາດ ອິນພະຈັນ ໄດ້ຍື່ນສານ ຕາຕັ້ງຂອງພະນະ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່ພະນະທ່ານ ນາງ ແມຣີ ເຈ ໄຊມອນ (Mary J. May Simon) ຜູ້ສໍາເລັດຣາຊະການ ແລະ ຜູ້ບັນຊາການທະຫານສູງສຸດ ແຫ່ງ ການາດາ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ປະຈຳການາດາ, ເຊິ່ງມີສຳນັກງານຕັ້ງຢູ່ນະຄອນຫຼວງ ວໍຊິງຕັນ, ດີຊີ, ສ.ອາເມລິກາ.

      ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຂອງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ນາງ ແມຣີ ເຈ ໄຊມອນ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນການາດາ ທຸກທົ່ວໜ້າ. ພ້ອມນີ້, ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການພົວພັນຮ່ວມມືອັນດີ ລະຫວ່າງ ລາວ ແລະ ການາດາ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງນັບຕັ້ງແຕ່ສອງປະເທດໄດ້ສ້າງສາຍພົວພັນການທູດຮ່ວມກັນໃນປີ 1974 ເປັນຕົົົ້ນມາ ແລະ ໄດ້ສະແດງຄວາມຕັ້ງໃຈທີ່ຈະປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນມີໝາກຜົນໃນປະຈຸບັນ ລະຫວ່າງ ສອງປະເທດໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນກວ່າເກົ່າໃນຊຸມປີຕໍ່ໜ້າເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ກໍຄືປະຊາຊົນສອງຊາດລາວ ແລະ ການາດາ.

           ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຂອບໃຈຝ່າຍການາດາຕໍ່ການຊ່ວຍເຫຼືອອັນມີຄ່າ ໃນໄລຍະຜ່ານມາ ລວມທັງການຊ່ວຍເຫຼືອຜ່ານອົງການຈັດຕັ້ງສາກົນຕ່າງໆ ເປັນຕົ້ນແມ່ນການຊ່ວຍເຫຼືອທາງດ້ານການເກັບກູ້ລະເບີດທີ່ບໍ່ທັນແຕກໃນປາງສົງຄາມ (UXO), ການຊ່ວຍເຫຼືອທາງດ້ານສາທາລະນະສຸກ, ພະລັງງານ, ການສຶກສາ, ການປະຕິບັດດ້ານກົດໝາຍ ແລະ ດ້ານອື່ນໆ, ຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມແຫ່ງຊາດຂອງ ສປປ ລາວ ໃຫ້ມີຜົນສໍາເລັດເປັນກ້າວໆ ແລະ ຫວັງວ່າການາດາ ຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຟື້ນຟູເສດຖະກິດຂອງປະເທດ ທີ່ໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19 ແລະ ວິກິດການເສດຖະກິດໂລກໃນໄລຍະຜ່ານມາ.

       ໃນໂອກາດດັ່ງກ່າວ, ພະນະທ່ານ ນາງ ແມຣີ ເຈ ໄຊມອນ ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ທ່ານທູດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ປະຈຳ ການາດາ ແລະ ໄດ້ສະແດງຄວາມຂອບໃຈຕໍ່ຄໍາອວຍພອນອັນອົບອຸ່ນຂອງພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ແລະ ຖືໂອກາດນີ້ ອວຍພອນມາຍັງ ພະນະທ່ານ ທອງລຸນ ສີສຸລິດປະທານປະເທດ, ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ນໍາພາປະຊາຊົນລາວທຸກທົ່ວໜ້າໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ສີວິໄລຍິ່ງໆຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານກໍອວຍພອນໃຫ້ທ່ານເອກອັກຄະລັດຖະທູດລາວ ຈົ່ງປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດ ເປັນຢ່າງດີທຸກໆປະການ.